ທ່ານມີ 0 ສິດ
ເຂົ້າສູ່ລະບົບ
ກະຕິກາ ເເລະ ເງື່ອນໄຂຂອງໂປຣໂມຊັ່ນ

ກິດຈະກໍາ ມິນີໂຣ ແຈກໂຊກຄັ້ງຍິ່ງໃຫຍ່ ຈັດຂຶ້ນເພື່ອເປັນການຄືນກຳໄລໃຫ້ກັບລູກຄ້າ. ໂດຍທ່ານສາມາດເຂົ້າຮ່ວມກິດຈະກໍາຕາມກະຕິກາ ແລະ ຂໍ້ກໍານົດດັ່ງຕໍ່ໄປນີ້:

ຜູ້ທີ່ມີສິດເຂົ້າຮ່ວມກິດຈະກໍາ, ພຽງແຕ່ທ່ານຊື້ຜະລິດຕະພັນຂອງມິນີໂຣຂະໜາດໃດກໍໄດ້ຈຳນວນ 1 ແພັກ ທີ່ຈໍາໜ່າຍຜ່ານ ຮ້ານຄ້າທີ່ຮ່ວມລາຍການທີ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ຈະໄດ້ຮັບ 1 ຄູປອງ ຫລື ຊື້ຜ່ານລະບົບອອນລາຍຈະໄດ້ຮັບ 1 ໂອກາດໃນການລຸ້ນຮັບລາງວັນ.

*ໃນການຮ່ວມຫຼິ້ນກິດຈະກໍາຜ່ານລະບົບອອນລາຍສາມາດລົງທະບຽນໃນລະບົບຕາມຂັ້ນຕອນດັ່ງນີ້:

ສາມາດລົງທະບຽນໄດ້ທີ່ປຸ່ມລົງທະບຽນຢູ່ Facebook Page Mineral Water ນໍ້າດື່ມແຮ່ທາດ ມິນີໂຣ ເພື່ອລົງທະບຽນຄັ້ງທຳອິດໃນລະບົບ, ຫຼັງຈາກນັ້ນ ຕື່ມຂໍ້ມູນສ່ວນຕົວຂອງທ່ານໃຫ້ຖືກຕ້ອງຕາມລະບົບຂອງເຮົາໄດ້ວາງໄວ້ ເພື່ອຢັ້ງຢືນໃນກໍລະນີໂຕຕົນໃນການຮັບຂອງລາງວັນຈາກທາງເຮົາ.

ຫຼັງຈາກລົງທະບຽນສໍາເລັດເເລ້ວ ຜູ້ເຂົ້າຮ່ວມກິດຈະກໍາສາມາດຊື້ຜະລິດຕະພັນຂອງມິນີໂຣ ຜ່ານລະບົບອອນລາຍ ເພື່ອສະສົມໂອກາດໃນການລຸ້ນຮັບລາງວັັນ, ກິດຈະກຳນີ້ເລີ່ມຕັ້ງແຕ່ວັນທີ 01 ມີນາ 2024 ເຖິງ 31 ທັນວາ 2024

*ໝາຍເຫດ: ໃນກໍລະນີລຸກຄ້າຊື້ຜ່ານລະບົບອອນລາຍຈະຕ້ອງຊື້ຈຳນວນ 2 ແພັກ ຂຶ້ນໄປຈັ່ງສາມາດຈັດສົ່ງໃຫ້.

ເງື່ອນໄຂການຮັບຂອງລາງວັນ
  • ສຳລັບຜູ້ໂຊກດີ ຈາກການສຸ່ມຈັບລາງວັນຈະຕ້ອງໄດ້ເຂົ້າມາຮັບລາງວັນດ້ວຍຕົນເອງໂດຍການນຳເອົາ ບັດປະຈຳຕົວ, ປຶ້ມສຳມະໂນຄົວ ຫຼື Passport ເພື່ອຢັ້ງຢືນໂຕຕົນຂອງທ່ານ ຂໍ້ມູນຈະຕ້ອງກົງກັບການລົງທະບຽນຂອງທ່ານ ເຊັ່ນວ່າ: ຊື່ ແລະ ນາມສະກຸນ, ວັນເດືອນປີເກີດ, ເມືອງ ແລະ ແຂວງ.
  • ເເຈ້ງເບີໂທລະສັບທີ່ໃຊ້ໃນການລົງທະບຽນໃນບັນຊີໃຫ້ຖືກຕ້ອງ ເປັນເບີໂທລະສັບ ທີ່ສາມາດຕິດຕໍ່ໄດ້ເທົ່ານັ້ນ.
  • ຖ້າຫາກທ່ານໄດ້ເປັນຜູ້ໂຊກດີ ໄດ້ຮັບລາງວັນ ແມ່ນຕ້ອງໄດ້ຮັບການຕິດຕໍ່ຈາກທາງທີມງານຂອງ ນ້ຳດື່ມແຫ່ທາດ ມິນີໂຣ ເທົ່ານັ້ນ.
  • ຖ້າຜູ້ໂຊກດີບໍ່ມີຫຼັກຖານຄົບຖ້ວນ ຫຼື ຂາດການຕິດຕໍ່ພາຍໃນ 7 ມື້ ຫຼັງຈາກປະກາດລາງວັນໄປແລ້ວ ຈະຖືວ່າສະຫຼະສິດຈາກການເປັນຜູ້ໂຊກດີ.
  • ຜົນການຈັບລາງວັນໃນກໍລະນີມີຂໍ້ຜິດພາດ ຂໍ້ສົງໄສກ່ຽວກັບກະຕິກາຖ້າມີການປ່ຽນແປງ ຫຼື ເງື່ອນໄຂການເຂົ້າຮ່ວມກິດຈະກໍາ ແລະ ການຮັບລາງວັນ ຄໍາຕັດສິນຂອງບໍລິສັດ Mineral Drinking Water and Fruit Juice Factory Co., Ltd ຖືເປັນທີ່ສີ້ນສຸດ.
  • ບໍລິສັດ Mineral Drinking Water and Fruit Juice Factory Co., Ltd ບໍ່ໄດ້ມີສ່ວນກ່ຽວຂ້ອງໃນການຈັດຈໍາຫນ່າຍຂອງລາງວັນ ທີ່ລະບຸໃນກິດຈະກໍາ ເຊັ່ນ ລົດ JMEV 2, Scooter, ລົດຈັກໄຟຟ້າ YADEA ແລະ iPhone 15 Pro Max ບໍລິສັດຈະບໍ່ຮັບຜິດຊອບຕໍ່ກັບຄຸນນະພາບ ຫລື ບໍລິການທີ່ເກີດຂຶ້ນກັບລາງວັນດັ່ງກ່າວ ຫາກເກີດບັນຫາກ່ຽວກັບຄຸນນະພາບ ຫລື ບໍລິການຜູ້ໂຊກດີຈະຕ້ອງຕິດຕໍ່ກັບບໍລິສັດຈັດຈໍາຫນ່າຍໂດຍກົງ.
  • ສຳລັບທ່ານທີ່ເຂົ້າຮ່ວມກິດຈະກຳແລ້ວ ຈະຕ້ອງຍິນຍອມໃຫ້ທາງບໍລິສັດ Mineral Drinking Water and Fruit Juice Factory Co., Ltd ນຳໃຊ້ສິດ ໃນການໃຊ้ຮູບພາບ, ວິດີໂອ, ສຽງ ເເລະ ຂໍ້ມູນອື່ນໆ ເພື່ອມາເຮັດໂຄສະນາປະຊາສຳພັນ ແບບບໍ່ມີຂໍ້ຈຳກັດໃນເລື່ອງເວລາ ເເລະ ສະຖານທີ່ ຫຼື ເພື່ອປະໂຫຍດທາງການຄ້າໃນຮູບເເບບຕ່າງໆ ທີ່ບໍລິສັດກໍານົດ ໂດຍບໍ່ມີການຟ້ອງຮ້ອງ ຫຼື ເກັບຄ່າເສຍຫາຍ ຮຽກຜົນປະໂຫຍດຍ້ອນຫຼັງ.
  • ບໍລິສັດ Mineral Drinking Water and Fruit Juice Factory Co., Ltd ຂໍສະຫງວນລິຂະສິດ ການປ່ຽນແປງຂໍ້ກຳນົດ ແລະ ເງື່ອນໄຂຂອງກິດຈະກຳໃດໆ ໂດຍບໍ່ຕ້ອງແຈ້ງໃຫ້ຮັບຮູ້ກ່ອນລ່ວງໜ້າໃນກໍລະນີເກີດຂໍ້ຜິດພາດ ຫລື ມີຂໍ້ແກ້ໄຂຈະແຈ້ງຜ່ານທາງ Facebook page ຂອງ Mineral Water ນໍ້າດື່ມແຮ່ທາດ ມິນີໂຣ ເທົ່ານັ້ນ, ບໍລິສັດຈະບໍ່ຮັບຄືນຂອງລາງວັນຫາກວ່າຂອງລາງວັນໄດ້ສົ່ງມອບ ຫຼື ຈັດສົ່ງຂອງລາງວັນໃຫ້ຜູ້ໂຊກດີຮຽບຮ້ອຍແລ້ວ ໂດຍການຕັດສິນຂອງບໍລິສັດຖືເປັນທີ່ສິ້ນສຸດ.
  • ບໍລິສັດ Mineral Drinking Water and Fruit Juice Factory Co., Ltd ຂໍສະຫງວນລິຂະສິດໃຫ້ 1 ລາງວັນຕໍ່ 1 ຜູ້ໂຊກດີ ໃນກໍລະນີການຈັບສະຫຼາກລາງວັນມີລາຍຊື່ຊ້ຳ, ທາງບໍລິສັດຈະມອບສິດໃຫ້ລາຍຊື່ຜູ້ໂຊກດີຜູ້ຕໍ່ໄປ.
  • ຂອງລາງວັນບໍ່ສາມາດໂອນສິດ ແລກ ຫຼື ປ່ຽນເປັນລາງວັນອື່ນ ຫຼື ເງິນສົດໄດ້ ແລະ ຂອງລາງວັນທຸກອັນ ຜູ້ທີ່ໄດ້ຮັບລາງວັນ ຈະບໍ່ສາມາດເລືອກສີ ຫຼື ລາຍເອງໄດ້ ແລະ ການຕັດສິນຂອງບໍລິສັດຖືເປັນເດັດຂາດ ແລະ ສິ້ນສຸດ. ໃນກໍລະນີທີ່ຜູ້ໂຊກດີບໍ່ມີຄວາມຍິນຍອມໃນການຮັບຂອງລາງວັນຕາມຂໍ້ກຳນົດທີ່ວາງໄວ້, ບໍລິສັດຈະຕັດສິນສະລະສິດນັ້ນທັນທີ.
  • ບໍລິສັດ Mineral Drinking Water and Fruit Juice Factory Co., Ltd ຂໍສະຫງວນສິດໃນການມອບ, ຍົກເລີກ ຫຼື ຮ້ອງຄືນລາງວັນທັງໝົດຖ້າພົບວ່າມີ ການສໍ້ໂກງ, ປອມແປງໂດຍທຸດຈະລິດ ຫລື ສໍ້ເຈດຕະນາທຸລະລິດໃນການຮ່ວມຫລິ້ນກິດຈະກໍາ ຫລື ລາງວັນໃດໆ ຈາກຜູ້ໂຊກດີທີ່ໄດ້ຮັບລາງວັນ ໂດຍບໍ່ແຈ້ງບອກລ່ວງໜ້າ ຫລື ຫາກກວດພົບເຫັນພາຍຫລັງ ກໍມີຜົນຍ້ອນຫລັງໃນການຍົກເລີກສິດໄດ້ເຊັ່ນກັນ.
  • ຜູ້ທີ່ເຂົ້າຮ່ວມກິດຈະກໍາທຸກທ່ານຖືວ່າຮັບຊາບ ແລະ ຍິນຍອມ ປະຕິບັດຕາມຂໍ້ກໍານົດ ກະຕິກາ ຫລື ເງື່ອນໄຂໃນການເຂົ້າຮ່ວມກິດຈະກໍາຊະບັບນີ້ ໂດຍບໍ່ມີຂໍ້ໂຕ້ແຍ່ງຄໍາຕັດສິນຂອງກໍາມະການ ຖືເປັນສິດຂາດ ແລະ ເປັນທີ່ສິນສຸດ.
  • ຜູ້ເຂົ້າຮ່ວມຫຼິ້ນກິດຈະກຳຄວນສຶກສາກະຕິກາ ແລະ ເງື່ອນໄຂການເຂົ້າຮ່ວມກິດຈະກຳຢ່າງຮອບຄອບ ເມື່ອຜູ້ເຂົ້າຮ່ວມກິດຈະກຳປ້ອນລາຍລະອຽດຂໍ້ມູນເພື່ອເຂົ້າຮ່ວມກິດຈະກຳ ຖືວ່າເປັນການຍອມຮັບກະຕິກາ ແລະ ເງື່ອນໄຂການເຂົ້າຮ່ວມກິດຈະກຳ ແລະ ການຮັບລາງວັນທຸກປະການ.
  • ໃນກໍລະນີຖ້າມີການປ່ຽນແປງກຳນົດໃນການຮ່ວມຫຼິ້ນກິດຈະກຳທາງທີມງານຈະມີການແຈ້ງໃຫ້ຮັບຮູ້ຜ່ານທາງ https://www.facebook.com/mineralwater.lao ຫຼື Facebook Page Mineral Water ນໍ້າດື່ມແຮ່ທາດ ມິນີໂຣ
ເງື່ອນໄຂຂອງການຊື້ເຄື່ອງ
  1. ຄົນທີ່ຊື້ເຄື່ອງຕ້ອງໄດ້ກອບຂໍ້ມູນສ່ວນໂຕ ເເລະ ຢືນຢັນໂຕຕົນຜ່ານລະບົບ OTP.
  2. ຄົນທີ່ສັ່ງຊື້ເຄື່ອງສາມາດກວດສອບປະຫວັດການສັ່ງຊື້ເຄື່ອງຄືນໄດ້.
  3. ກ່ອນຈະສັ່ງຊື້ສິນຄ້າຕ້ອງຄິດໃຫ້ຖີຖວນ ໝັ້ນໃຈກ່ອນທຸກຄັ້ງ ໃນການຕັດສິນໃຈສັ່ງຊື້.
  4. ຖ້າສັ່ງຊື້ໄປເເລ້ວ ທາງພວກເຮົາຈະບໍ່ຮັບສິນຄ້າຄືນ ແລະ ກໍຈະບໍ່ສົ່ງເງິນຄືນ ຫຼື ເເລກປ່ຽນທຸກກໍລະນີ.
ໃນກໍລະນີຖ້າມີການປ່ຽນແປງກຳນົດໃນການຊື້ສິນຄ້າ ທາງທີມງານຈະມີການແຈ້ງໃຫ້ຮັບຮູ້ຜ່ານທາງ https://www.facebook.com/mineralwater.lao ຫຼື Facebook Page Mineral Water ນໍ້າດື່ມແຮ່ທາດ ມິນີໂຣ